ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງໜ້າທີ່ນໍາພາ-ບັນຊາ
ບັນດາກົມ-ຫ້ອງການ ກົມກອງ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ


    ໃນວັນທີ 19 ກັນຍາ 2023 ນີ້, ໄດ້ມີພິທີປະກາດແຕ່ງຕັ້ງໜ້າທີ່ນໍາພາ-ບັນຊາ ບັນດາກົມ-ຫ້ອງການ ກົມກອງ ທີ່ຂຶ້ນກັບກົມໃຫຍ່ເສນາທິການ
ກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່
ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ ຄະນະພັກ-ຄະນະບັນຊາ ກົມກອງທີ່ຂຶ້ນກັບກົມໃຫຍ່ເສນາທິການ ແລະ ພາກສ່ວນ
ທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫ້ອງການ, ຮອງກົມຄະນະສູນ ທີ່ຂຶ້ນກັບກົມໃຫຍ່ເສນາທິການ ອີງຕາມກົດໝາຍນາຍທະຫານກອງທັບປະຊາ
ຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ. ອີງຕາມທິດທາງກ່ຽວກັບການປັບປຸງ
ບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສໍາເລັດໜ້າທີ່ປົກປັັກຮັກສາ ແລະ ພັດທະ
ນາປະເທດຊາດ ກະຊວງປ້ອງກັນປະເທດຕົກລົງ: ແຕ່ງຕັ້ງ ພັນໂທ ວິລະພົງ ໄຊຍະນິກອນ ເປັນຮອງຫົວໜ້າຫ້ອງການກົມໃຫຍ່, ພັນໂທ ບຸນເກີດ ເຫຼົາ
ທຸມມີໄຊ ເປັນຮອງຫົວໜ້າຫ້ອງການກົມໃຫຍ່, ພັນໂທ ຂັນກາບ ຂັນທະຈັກ ເປັນຮອງຫົວໜ້າກົມປືນໃຫຍ່ໜ້າດິນ, ພັນໂທ ນິກອນ ວົງພູທອນ ເປັນ
ຫົວໜ້າການທະຫານສູນຄົ້ນຄວ້າວິໄຈເຄມີ 66, ພັນຕີ ໂກວ່າງ ຊູຍູ່ຍ່າງ ເປັນຮອງຫົວໜ້າການທະຫານ, ທັງເປັນຫົວໜ້າພະແນກເສນາກອງສໍາຫຼວດ
ວັດແທກແຜນທີ່ກອງທັບ, ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກ ຂອງບັນດາກົມ-ຫ້ອງ,
ກົມກອງເຫຼົ່າຮົບທີ່ຂຶ້ນກັບກົມໃຫຍ່ເສນາທິການ ກົມໃຫຍ່ການເມືອງກອງທັບຕົກລົງແຕ່ງຕັ້ງ: ພັນໂທ ນາງ ໄຫວພອນ ບຸນມີໄຊ ເປັນຫົວໜ້າພະແນກ
ສະຫະພັນແມ່ຍິງຫ້ອງການເມືອງ, ພັນໂທ ສໍາລານ ພົນຢ້ຽມ ເປັນຫົວໜ້າພະແນກລະບຽບກົມອົບຮົມ, ພັນໂທ ລັດສະໜີ ແສງດາວັນ ເປັນຫົວໜ້າ
ພະແນກສິລະປະຍຸດກົມອົບຮົມ, ພັນຕີ ຄໍາມະນີ ສິງຄໍາຕັນ ເປັນຮອງຫົວໜ້າພະແນກສິລະປະຍຸດກົມອົບຮົມ, ພັນໂທ ເຂັມພອນ ສອນໂພໄຊ ເປັນຫົວ
ໜ້າການທະຫານ ກອງພັນ 425, ພັນໂທ ວັນໄຊ ສີວົງໄຊ ເປັນຫົວໜ້າການເມືອງ ກອງພັນ 425, ພັນໂທ ທີ ສີສຸທໍາ ເປັນຫົວໜ້າການເມືອງກອງ
ພັນ 587, ພັນໂທ ບົວຄໍາ ອິນທະວົງ ເປັນຫົວໜ້າການທະຫານ ກອງ ພັນ 587, ພັນໂທ ກອງຄໍາ ໂພທິລາດ ເປັນຫົວໜ້າການເມືອງກອງພັນ 511,
ພັນໂທ ອຸດອນ ຄໍາມະວົງ ເປັນຮອງຫົວໜ້າການເມືອງ ກອງພັນ 587, ພັນໂທ ພູໂຂງ ກາບສອນຮັກ ເປັນຮອງຫົວໜ້າການເມືອງ ກອງພັນ 579,
ພັນໂທ ສອນສັກ ແສງຄໍາຢອງ ເປັນຮອງການເມືອງ ກອງພັນ 511, ພັນຕີ ນາງ ເພັດສະໝອນ ມະນີຮ່ວງ ເປັນຮອງການເມືອງສູນ 14, ຮ້ອຍເອກ ຄໍາ
ເອກ ບຸດສະດີ ເປັນຮອງການ ເມືອງກອງຮ້ອຍ 202, ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງໜ້າທີ່ຂັ້ນຂະແໜງ ແລະ ຍົກຍ້າຍອີກຈໍານວນໜຶ່ງ.

     ໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕີລາຄາສູງຕໍ່ຜົນງານທີ່ບັນ
ດາສະຫາຍຍາດມາໄດ້ ຕະຫຼອດໄລຍະຜ່ານມາພ້ອມທັງ ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງຍົກສູງສະຕິຄວາມຮັບຜິດຊອບຢ່າງຕັ້ງໜ້າເຂົ້າໃນໜ້າທີ່ການ
ເມືອງຂອງຕົນ, ເສີມຂະຫຍາຍມູນເຊື້ອການນໍາພາຂອງພັກ ສຸມໃສ່ປັບປຸງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ-ໜັກແໜ້ນ, ຊີ້ນໍາຂົງເຂດວຽກງານ
ຕາມພາລະ, ບົດບາດ ໜ້າທີ່ກົມກອງ, ເຊື່ອມຊຶມແນວທາງມະຕິຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ສຸມ
ທຸກເຫື່ອແຮງສະຕິປັນຍາ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ
ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງບູລະນະກົງຈັກການຈັດຕັ້ງພາຍໃນໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວິ
ຊາສະເພາະຕົວຈິງຂອງກົມກອງ.

ແຫຼ່ງຂ່າວໂດຍ ເກດຕະວັນ
ວັນທີ 20/09/2023